X
ລະຫັດ ແຜນທີ່
  • ຈີນ
  • ຟີລິບປິນ
  • ໄຕ້ຫວັນ
  • ຫວຽດນາມ
  • ບຣູນາຍ
  • ມາເລເຊຍ

ນ່ານນ້ຳ ທີ່ມີການຂັດແຍ້ງ

ເຮືອຫາປາ ທີ່ອ່າວຂອງໝູ່ ລີຊັນ ແຫ່ງແຂວງກວາງຫງາຍ ໃນພາກກາງ ຫວຽດນາມ ເມື່ອວັນທີ 10 ເມສາ ປີ 2012. ເມື່ອວັນທີ 3 ມີນາ ປີ 2012 ຈີນໄດ້ຈັບ ຊາວປະມົງຫວຽດນາມ 21 ຄົນ ແລະເຮືອຫາປາ ຂອງພວກເຂົາ ເຈົ້າ 2 ລຳ ໃນຂະນະທີ່ກຳລັງແລ່ນຢູ່ ໃນເຂດນ່ານນ້ຳ ອ້ອມແອ້ມ ໝູ່ເກາະ ປາຣາແຊລ. ຣອຍເຕີ້/Kham

ຫວຽດນາມ

ຫວຽດນາມສືບຕໍ່ ອ້າງເອົາອະທິປະໄຕ ເໜືອໝູ່ເກາະປາຣາແຊລ ແລະ ສະແປຣັດລີ ນັບແຕ່ສັດຕະວັດທີ 17 ເປັນຕົ້ນມາ ແລະມີເອກກະສານ ທາງປະຫວັດສາດ ເພື່ອພິສູດກ່ຽວກັບເລື້ອງນີ້.

 

ຫວຽດນາມ ຄວບຄຸມ 25 ເກາະ ໃນໝູ່ເກາະຸ ສະແປຣັດລີ

ເກາະສະແປຣັດລີ, ເກາະນາມຢິດ, ເກາະຊິນໂຄວີ, ເກາະແອມບອຍນາເຄ, ເກາະແຊນເຄ, ເກາະເວສທ໌ຣີຟ, ເກາະເຊັນໂຕຣຣີຟ, ເກາະອີສຣີຟ, ເກາະບອມເບແຄັສໂຊ, ເກາະບາກການາດາຣີຟ, ເກາະເພຍສັນຣີຟ, ເກາະອາລີສັນຣີຟ, ເກາະຄອນວາຣິສເຊົ້າຣີຟ, ເກາະເທັນເນັນຣີຟ, ເກາະແລນສ໌ດາວຣີຟ, ເກາະຄໍລິນສ໌ຣີຟ, ເກາະຊີນໂຄວີ, ເກາະຢູນຽນຣີຟ, ເກາະດິສຄໍເວີຣີ ເກຣທຣີຟ, ເກາະເພັດລີຣີຟ, ເກາະເຊົ້າຣີຟ, ເກາະແວນກາດແບັງ, ເກາະປຣິນຊ໌ຄອນສອດແບັງ, ເກາະແກຣັງເກີແບັງ, ເກາະແລດຣີຟ.

Map of Vietnam and the South China Sea

ຜົນປະໂຫຍດ ທີ່ສຳຄັນ ທາງເສດຖະກິດ

ການປະມົງ: ອີງຕາມສູນກາງການວິເຄາະ ກ່ຽວກັບກອງທັບເຮືອ ທີ່ມີຫ້ອງການຢູ່ສະຫະລັດ ຫວຽດນາມ ມີອຸດສາຫະກຳການປະມົງ ໃຫຍ່ເປັນອັນດັບ 9 ຂອງໂລກ ຊຶ່ງຈັບປາໄດ້ປະມານ 2 ລ້ານ 4 ແສນໂຕນ ໃນປີ 2012 ແລະປະກອບເປັນ 3.03 ເປີິເຊັນ ຂອງການຈັບປາ ໄດ້ທັງໝົດ ໃນໂລກ.
ນ້ຳມັນ: ນ້ຳມັນດິບ ແມ່ນແຫຼ່ງສ້າງເງິນຕາຕ່າງປະເທດ ທີ່ໃຫຍ່ທີ່ສຸດ ຂອງຫວຽດນາມ. ບໍລິສັດຕ່າງປະເທດ ເຊັ່ນ ບີພີ ຊຶ່ງທຳການສຳຫຼວດ ຢູ່ໃນເຂດນ່ານນ້ຳ ທີ່ມີການຂັດແຍ້ງກັນ ໂດຍການຮ່ວມມືກັບຮາໂນ່ຍ ໄດ້ຖືກບັງຄັບ ໃຫ້ຖອນຖານເຈາະນ້ຳມັນນອກຝັ່ງ ທ່າມກາງການກົດດັນ ຈາກຈີນ.

 

ໂຄງລ່າງ ໃນຂົງເຂດ

ໝູ່ເກາະທີຕູ (ໝູ່ເກາະສະແປຣັດລີ):

  • ເກາະສະແປຣັດລີ
  • ເກາະແຊນດີເຄ
  • ເກາະເວສທ໌ຣີຟ

ຫົວຂໍ້ ເມື່ອໄວໆມານີ້

ວັນທີ 4 ພຶດສະພາ ປີິ 2014:​ ກຳປັ່ນຍາມຝັ່ງ ລຳນຶ່ງຂອງຈີນ, ຂວາ, ໃຊ້ທໍ່ສີດນ້ຳ ສີດໃສ່ເຮືອຫວຽດນາມ ຢູ່ນອກຝັ່ງທະເລຂອງຫວຽດນາມ. ຈີນຢືນຢັດວ່າ ຕົນມີສິດທິທຸກຢ່າງ ທີ່ຈະຂຸດເຈາະ ຫານ້ຳມັນ ຢູ່ນອກແຄມຝັ່ງຂອງຫວຽດນາມ ແລະເຕືອນປະເທດເພື່ອນບ້ານ ຂອງຕົນ ໃຫ້ອອກໄປ ຈາກບໍລິເວນອ້ອມແອ້ມ ຖານເຈາະນ້ຳມັນ ບ່ອນທີ່ກຳປັ່ນຈີນ ແລະຫວຽດນາມ ພົວພັນກັບການປະເຊີນໜ້າ ທີ່ເຄັ່ງຄຽດນັ້ນ. (ຮູບອົງການຂ່າວເອພີ/ໜ່ວຍຍາມຝັ່ງຫວຽດນາມ)

 

ລະດັບຂອງເຫດການ