X
ລະຫັດ ແຜນທີ່
  • ຈີນ
  • ຟີລິບປິນ
  • ໄຕ້ຫວັນ
  • ຫວຽດນາມ
  • ບຣູນາຍ
  • ມາເລເຊຍ

ນ່ານນ້ຳ ທີ່ມີການຂັດແຍ້ງ

ບຣູນາຍ ແລະ ມາເລເຊຍ ແມ່ນບັນດາປະເທດຫລ້າສຸດ ທີ່ຫາກໍອ້າງ ກຳມະສິດ ເອົາບາງເຂດຂອງທະເລຈີນໃຕ້ ເມື່ອບໍ່ດົນມານີ້. ໃນຂະນະທີ່ ປະເທດທັງສອງອ້າງເອົາກຳມະສິດ ເອົາເກາະດອນທີ່ຢູ່ພາຍໃນ ເຂດເສດຖະກິດພິເສດຂອງຕົນຕາມລຳດັບ ດັ່ງທີ່ໄດ້ກຳນົດໄວ້ ໂດຍສົນທິສັນຍາ ວ່າດ້ວຍກົດໝາຍທາງທະເລ ຫລື UNCLOS ແຕ່ບູນາຍ ບໍ່ໄດ້ອ້າງກຳມະສິດເອົາເກາະດອນໃດໆ ໃນຂະນະທີ່ມາເລເຊຍ ຊຶ່ງມີເສດຖະ ກິດ ທີ່ເພິ່ງພາອາໄສຢ່າງໜັກນຳການຄ້າກັບຈີນນັ້ນ ໄດ້ອ້າງກຳມະສິດ ເອົາເກາະດອນ ພຽງແຕ່ເລັກນ້ອຍເທົ່ານັ້ນ ໃນເຂດໝູ່ເກາະສະແປຣັດລີ.

Map of Brunei's claims in the South China Sea
  • ບຣູນາຍ
  • ມາເລເຊຍ

ບຣູນາຍ

ບາງຄັ້ງ ມີການອ້າງອີງເຖິງວ່າເປັນ “ຜູ້ອ້າງກຳມະສິດສິດແບບງຽບໆ” ຢູ່ທະເລຈີນໃຕ້ນັ້ນ ບຣູນາຍ ຢືນຢັນສິດທິຂອງຕົນ​ ເປັນເທື່ອທຳອິດ ຕໍ່ເຂດທະເລທີ່ມີການຂັດແຍ້ງ ເປັນຮູບສີ່ຫລ່ຽມຕັ້ງໂດຍປະມານ ບໍ່ ດົນລຸນຫລັງທີ່ໄດ້ຮັບເອກກະລາດຈາກອັງກິດ ໃນປີ 1984.

ເກາະດອນໃນທະເລ ເຊັ່ນເກາະບອມເບແຄັສເຊີລ, ເກາະລຸຍຊາຣີຟ, ເກາະໂອເວິນໂຊລ ແລະໄຮໂຟແມນແບັງຄ໌ ຊຶ່ງທັງໝົດ ຕ່າງກໍນອນ ຢູ່ໃນເຂດເສດຖະກິດພິເສດຂອງບຣູນາຍ ແຕ່ຣາຊະອານາຈັກ ທີ່ອຸ
ດົມສົມບູນໄປດ້ວຍນ້ຳມັນນ້ອຍໆແຫ່ງນີ້ ອ້າງເອົາກຳມະສິດ ແຕ່ເກາະ ລຸຍຊາຣີຟ ຊຶ່ງນອນຢູ່ໃນເຂດໄຫລ່ທະເລຂອງຕົນ. ຍ້ອນວ່າເກາະລຸຍຊາ ຣີຟເປັນສ່ວນນຶ່ງຂອງໝູ່ເກາະສະແປຣັດລີ ເກາະດັ່ງກ່າວຈຶ່ງມີການອ້າງ ເອົາກຳມະສິດ ໂດຍຈີນ ແລະຫວຽດນາມ ຄືກັນ.

ບຣູນາຍ ແມ່ນປະເທດທີ່ອ້າງກຳມະສິດ ພຽງປະເທດດຽວເທົ່ານັ້ນ ທີ່ບໍ່ໄດ້ຍຶດຄອງ ເກາະດອນໃນທະເລ ຫລືມີກຳລັງທະຫານຂອງຕົນ ປະຈຳຢູ່ທີ່ນັ້ນ.

ຜົນປະໂຫຍດ ທີ່ສຳຄັນ ທາງເສດຖະກິດ

ພະລັງງານ: ການໝົດລົງຢ່າງວ່ອງໄວ ຂອງຊັບພະຍາກອນ ດ້ານນ້ຳມັນ ແລະແກັສທຳມະຊາດຫຼືໄຮໂດຣຄາບອນ ຂອງປະເທດສຸນລະຕ່ານນ້ອຍໆ ແຫ່ງນີ້ ຊຶ່ງປະກອບເປັນປະມານ 60 ເປີເຊັນ ຂອງຍອດຜະລິດຮວມພາຍ ໃນ ແລະ 90 ເປີເຊັນຂອງກຳໄລ ໃນການສົ່ງອອກທັງໝົດ. ອີງຕາມປື້ມຂໍ້ ມູນຄວາມຈິງຂອງໂລກ ຫລື World Factbook ຂອງອົງການຊີໄອເອແລ້ວ “ການຜະລິດນ້ຳມັນດິບແລະແກັສທຳມະຊາດແມ່ນປະກອບເປັນປະມານ 65 ເປີເຊັນ ຂອງຍອດຜະລິດຮວມພາຍໃນ ແລະ 95 ເປີເຊັນຂອງການສົ່ງ ອອກ ຊຶ່ງປະເທດຍີ່ປຸ່ນ ແມ່ນຕະຫຼາດສົ່ງອອກທີ່ສຳຄັນ.” ການພັດທະນາ ບໍ່ນ້ຳມັນ ແລະແກັສທຳມະຊາດນອກຝັ່ງທີ່ຢູ່ພາຍໃນທັງເຂດນ່ານນ້ຳຂອງ ປະເທດ ແລະເຂດເສດຖະກິດພິເສດທີ່ມີການຂັດແຍ້ງຂອງຕົນນັ້ນ ແມ່ນ ໄດ້ກຳນົດວ່າ ເປັນສ່ວນນຶ່ງ ຂອງໂຄງການວິໄສທັດ ໄລຍະຍາວແຫ່ງຊາດ ທີ່ເອີ້ນວ່າ “Wawasan Brunei 2035.”

ອີງຕາມ ອົງການຄຸ້ມຄອງຂໍ້ມູນ ດ້ານພະລັງງານ ຂອງສະຫະລັດແລ້ວ ປະເທດບຣູນາຍ ມີນ້ຳມັນດິບສຳຮອງຢູ່ 1.5 ຕື້ຖັງ ແລະແກັສທຳມະຊາດ ສຳຮອງ 15 ພັນຕື້ຄິວບິກຟິດ ຢູ່ພື້ນທະເລ.

ການປະມົງ: ອີງຕາມກຸ່ມທຸລະກິດອັອກສະຟອດ ທີ່ມີສຳນັກງານ ຕັ້ງຢູ່ ລອນດອນ ຍອດຜະລິິດຮວມໃນ ການປະມົງຂອງບຣູນາຍ ແມ່ນ 78 ລ້ານ 3 ແສນໂດລາ ໃນປີ 2015 ຊຶ່ງປະກອບເປັນປະມານ 0.4 ເປີເຊັນຂອງຍອດ ຜະລິດຮວມພາຍໃນຂອງປີດັ່ງກ່າວ.

ການຂົນສົ່ງ: ເກືອບທັງໝົດ ຂອງຜະລິດຕະພັນສິນຄ້າ ແລະອາຫານ ຂອງບຣູນາຍ ແມ່ນນຳເຂົ້າຈາກຕ່າງປະເທດ.

ນາຍົກລັດຖະມົນຕີມາເລເຊຍ ທ່ານນາຈິບ ຣາຊັກ (ຊ້າຍ) ລົມກັບປະທານ ປະເທດຈີນ ທ່ານສີ ຈິ້ນ ຜິງ ທີ່ກອງປະຊຸມສຸດຍອດ ການຮ່ວມມືໃນດ້ານ ເສດຖະກິດ ເຂດເອເຊຍປາຊີຟິກ ທີ່ນະຄອນຫຼວງມະນີລາ ປະເທດຟີລິບ ປິນ ໃນປີ 2015. ທ່ານນາຈິບ ເດີນທາງໄປນະຄອນຫຼວງຂອງຈີນ ໃນວັນທີ 1 ພະຈິກ ປີ 2016​  ເພື່ອຢ້ຽມຢາມປະເທດດັ່ງກ່າວ ເປັນເວລາ 6 ມື້ ທີ່ໄດ້ ອ້າງເອົາກຳມະສິດ ເກືອບວ່າທັງໝົດ ຂອງເຂດນ່ານນ້ຳຍຸດທະສາດ ກວມ ກັນກັບເຂດທີ່ມາເລເຊຍ ກ່າວວ່າ ເປັນຂອງຕົນນັ້ນ. (ຮູບອົງການຂ່າວ ເອພີ/ນາງຊູຊານ ວອລສ໌)  

Map of Malaysia's claims in the South China Sea
  • ບຣູນາຍ
  • ມາເລເຊຍ

ມາເລເຊຍ

ມາເລເຊຍ ອ້າງກຳມະສິດ ເອົາສ່ວນນຶ່ງ ຂອງທະເລຈີນໃຕ້ ຢູ່ທາງເໜືອ ຂອງເກາະບໍນຽວ ຊຶ່ງປະກອບດ້ວຍຢ່າງໜ້ອຍ 12 ເກາະ ຂອງໝູ່ເກາະ ສະແປຣັດລີ ຮວມທັງເກາະແອມບອຍນາເຄ ແລະບາກຄານາດາຣີຟ ທີ່ ຫວຽດນາມຍຶດຄອງ ພ້ອມໆກັບເກາະຄອມມໍດໍ ແລະຣີຊາລຣີຟ ທີ່ຍຶດ ຄອງໂດຍຟີລິບປິນ. ເກາະທີ່ປາກົດໃຫ້ເຫັນ ແຕ່ໃນເວລານ້ຳລົງ ທີ່ອ້າງ ເອົາກຳມະສິດ ໂດຍມາເລເຊຍ ມີພຽງແຕ່ສາມເກາະຫີນ ທີ່ແນມບໍ່ເຫັນ ໃນເວລານ້ຳຂຶ້ນນັ້ນ ແມ່ນຢູ່ໃນເຂດໄຫລ່ທະວີບຂອງຕົນ.

ມາເລເຊຍ ຄວບຄຸມ

ເກາະສະວາລໂລ, ເກາະແອໄດເຊີ, ເກາະເອຣິກາ, ເກາະແມຣີແວລສ໌ ແລະ ເກາະອິນເວັສຕີແກເຕີຣີຟ. ອີິງຕາມອົງການ CNA ທີ່ມີສຳນັກງານ ຕັ້ງຢູ່ ສະຫະລັດ ຊຶ່ງເປັນອົງການຄົ້ນຄວ້າທີ່ບໍ່ຫວັງຜົນກຳໄລ ທີ່ບໍລິຫານງານ ສູນກາງວິເຄາະກອງທັບເຮືອ ແລະສະຖາບັນຄົ້ນຄວ້າມະຫາຊົນ  ບາງທີ ເກາະດອນເຫລົ່ານີ້ ອາດເປັນເກາະດອນທີ່ມາເລເຊຍອ້າງກຳມະສິດ ທີ່ອາດ ປະກອບເປັນເຂດແດນທາງທະເລຂອງຕົນ.

ຜົນປະໂຫຍດ ທີ່ສຳຄັນ ທາງເສດຖະກິດ

ພະລັງງານ: ອີງຕາມອົງການຄຸ້ມຄອງຂໍ້ມູນ ດ້ານພະລັງງານ ຂອງສະຫະ ລັດແລ້ວ ປະເທດມາເລເຊຍ ມີນ້ຳມັນດິບສຳຮອງຢູ່ 5 ຕື້ຖັງ ແລະແກັສ ທຳມະຊາດສຳຮອງ 80 ພັນຕື້ຄິວບິກຟິດ ຢູ່ພື້ນທະເລ ຊຶ່ງເປັນປະລິມານ ທີ່ພິສູດວ່າສູງສຸດ ແລະການກະປະມານທີ່ເປັນໄປໄດ້ ໃນບັນດາປະເທດ ທີ່ ອ້າງເອົາກຳມະສິດທັງໝົດ ຢູ່ທະເລຈີນໃຕ້.

ການປະມົງ: ມາເລເຊຍ ເປັນປະເທດ ທີ່ຈັບປາທະເລໄດ້ຫຼາຍທີ່ສຸດ ເປັນ ອັນດັບທີ 15 ຂອງໂລກ. ອີງຕາມ ອົງການ CNA ທີ່ມີສຳນັກງານ ຕັ້ງຢູ່ ສະຫະລັດ  ຊຶ່ງເປັນອົງການຄົ້ນຄວ້າທີ່ບໍ່ຫວັງຜົນກຳໄລ ທີ່ບໍລິຫານງານ ສູນກາງວິເຄາະກອງທັບເຮືອ ແລະສະຖາບັນຄົ້ນຄວ້າມະຫາຊົນແລ້ວ ມາເລເຊຍຈັບປາໄດ້ 1 ລ້ານ 5 ແສນໂຕນໃນປີ 2012 ຊຶ່ງປະກອບເປັນ 1.85 ເປີເຊັນໃນການຈັບປາທັງໝົດຂອງໂລກສຳລັບປີດັ່ງກ່າວ.

 

ໂຄງລ່າງ ໃນຂົງເຂດ

ມາເລເຊຍມີເດີ່ນບິນແຫ່ງນຶ່ງ ສຳລັບເຮືອບິນຊີ 130 ທີ່ເກາະສະວາລໂລ ຣີຟ ພ້ອມກັບມີທະຫານ ປະຈຳການທີ່ເກາະອິນເວັສຕີເກເຕີ, ເກາະແມ ຣີແວລສ໌,​ ເກາະແອໄດເຊີ ແລະເກາະເອຣີກາຣີຟ, ອີງຕາມທ່ານ Robert Kaplan ຫົວໜ້າວິເຄາະທາງພູມສາດການເມືອງຂອງ Stratfor.

ໃນປີ 1983 ກອງທັບເຮືອມາເລເຊຍ ໄດ້ຖົມຊາຍໃສ່ຊ່ອງນ້ຳ ທີ່ແຍກສອງ ເກາະອອກຈາກກັນ ເພື່ອສ້າງເກາະ Layang Layang ທີ່ມີພື້ນທີ່ 20 ເຮັກ ຕາ ຊຶ່ງໃນປັດຈຸບັນໄດ້ກາຍມາເປັນບ່ອນຕາກອາກາດສຳລັບດຳນ້ຳທະເລ ເລິກ. ໂຮງແຮມ Avillion ທີ່ເກາະ Layang Layang ມີ 86​ ຫ້ອງນອນ ແລະມີອາຄານທັງໝົດ 6 ຫລັງ ທີ່ເຮັດດ້ວຍໄມ້ເນື້ອແຂງເຂດຮ້ອນ. ບ່ອນ ຕາກອາກາດແຫ່ງນີ້ ມີສະລອຍນ້ຳ ມີຈາກູຊີ ມີສະປາ ມີຮ້ານອາຫານ ແລະບາ ສຳລັບພວກນັກທ່ອງທ່ຽວ ທີ່ໄປພັກຜ່ອນ.