X
ລະຫັດ ແຜນທີ່
  • ຈີນ
  • ຟີລິບປິນ
  • ໄຕ້ຫວັນ
  • ຫວຽດນາມ
  • ບຣູນາຍ
  • ມາເລເຊຍ

ນ່ານນ້ຳ ທີ່ມີການຂັດແຍ້ງ

ທະຫານ ຈາກກອງທັບເຮືອ ຂອງກອງທັບປົດປ່ອຍປະຊາຊົນຈີນ ລາດຕະເວນ ຢູ່ໃກ້ໆປ້າຍ ທີິ່ໝູ່ເກາະສະແປຣັດລີ ຊຶ່ງຮູ້ກັນໃນພາສາຈີນວ່າ ໜານຊາ ເມື່ອວັນທີ 9 ກຸມພາ ປີ 2016. ປ້າຍຂຽນວ່າ ໜານຊາ ເປັນດິນແດນ ຂອງ ພວກເຮົາ ສັກສິດ ແລະລ່ວງລະເມີດບໍ່ໄດ້. ຣອຍເຕີ້  

ຈີນ (ສາທາລະນະລັດ ປະຊາຊົນຈີນ)

ຈີນອ້າງເອົາອະທິປະໄຕ ເໜືອໝູ່ເກາະໝູ່ດອນທັງໝົດ ໃນທະເລຈີນໃຕ້ ແລະ ອຳນາດສານ ໃນເຂດນ່ານນ້ຳທີ່ຢູ່ໃກ້ຄຽງ. ຈີນຢືນຢັດວ່າ ໝູ່ເກາະຕໍ່ໄປນີ້ ເປັນຂອງຈີນ ມາແຕ່ສະໄໝໂບຮານ: ໝູ່ເກາະສະແປຣັດລີ (ໜານຊາ), ປາຣາແຊລ (ສີຊາ), ປຣາຕາສ (ດອງຊາ), ແມັກແຄລັສຟິລ (ສອງຊາ).

ຈີນຄວບຄຸມ

ໝູ່ເກາະປາຣາແຊລ: ເກາະວູດດີ້, ເກາະລິນຄອນ, ໝູ່ເກາະດັນແຄນ, ເກາະມັນນີ, ເກາະແພັດໂຕ, ເກາະໄຕຕຣັນ.
ໝູ່ເກາະສະແປຣັດລີ: ເກາະແຟຣີຄຣັອສຣີຟ, ເກາະຊູບີ, ເກາະມິສຊີບ, ເກາະຈອນສັນເຊົ້າ, ເກາະແກເວິນ, ເກາະຮິວຈ໌, ເກາະກວາເຕຣອນ.
ເກາະສະກາໂບຣັບ: ຊຶ່ງເປັນຮູບວົງມົນ ທີ່ຕັ້ງຢູ່ປະມານ 230 ກິໂລແມັດ ຫ່າງຈາກຟີລິບປິນ ແລະ1,000 ກິໂລແມັດ ຫ່າງຈາກເກາະໄຮນັງຂອງຈີນ.

Map of China and the South China Sea

ຜົນປະໂຫຍດ ທີ່ສຳຄັນ ທາງເສດຖະກິດ

ການປະມົງ: ອີງຕາມສູນກາງການວິເຄາະ ກ່ຽວກັບກອງທັບເຮືອ ທີ່ມີຫ້ອງການ ຢູ່ສະຫະລັດ ຈີນ ມີອຸດສາຫະກຳການປະມົງ ທີ່ໃຫຍ່ທີ່ສຸດໃນໂລກ ຊຶ່ງໃນປີ 2012 ຈັບປາໄດ້ປະມານ 13 ລ້ານ 9 ແສນໂຕນ ຊຶ່ງປະກອບເປັນ 17.4 ເປີເຊັນ ໃນການ ຈັບປາທັງໝົດຂອງໂລກ.
ເຊື້ອໄຟທຳມະຊາດ: ຖານເຈາະນ້ຳມັນ H-981 ທີ່ເກາະປາຣາແຊລ ບໍລິສັດນ້ຳມັນ ນອກຝັ່ງແຫ່ງຊາດຂອງຈີນ ຫລື CNOOC ເປັນພຽງບໍລິສັດດຽວຂອງຈີນ ທີ່ມີ ເທັກໂນໂລຈີຂຸດເຈາະໃນເຂດທະເລເລິກ ໄດ້ເປີດປະມູນ ການເຈາະບໍ່ນ້ຳມັນສຳຮອງ ໃກ້ໆເກາະປາຣາແຊລ ໃນປີ 2012 ໃຫ້ແກ່ນາໆຊາດ ໃນຄວາມພະຍາຍາມ ເພື່ອບໍ່ຢາກໃຫ້ ພວກທີ່ໄດ້ຮັບ ສຳປະທານຕ່າງປະເທດ ຂອງຫວຽດນາມ ພັດທະນາບໍ່ນ້ຳມັນແລະແກັສ ຢູ່ໃນເຂດເຫລົ່ານັ້ນ. ບໍລິສັດ CNOOC ຍັງໄດ້ຕິດຕັ້ງ ເຄື່ອງເຈາະນ້ຳເລິກ HYSY 981 ໃກ້ກັບໝູ່ເກາະປາຣາແຊລ ໃນປີ 2014 ຊຶ່ງພາໃຫ້ ມີການປະທ້ວງ ຢ່າງຮຸນແຮງ ຈາກຫວຽດນາມ. ຖານເຈາະດັ່ງກ່າວ ໄດ້ຖືກຍົກຍ້າຍ ອອກໜີ ໃນເດືອນກໍລະກົດ ນຶ່ງເດືອນ ກ່ອນກຳນົດທີ່ຈະເສັດສິ້ນ ໃນການຂຸດເຈາະ. ບໍລິສັດ CNOOC ກ່າວອ້າງໃນເວລາຕໍ່ມາວ່າ ຕົນມີຂໍ້ມູນທັງໝົດ ທີ່ຕົນຕ້ອງການ ແລະຈະນຳໄປສຶກສາ ທີ່ເກາະໄຮນັງ.
ເສັ້ນທາງເດີນເຮືອ, ການຄ້າ: ອີງຕາມສູນກາງການວິເຄາະ ກ່ຽວກັບກອງທັບເຮືອ ທີ່ມີຫ້ອງການຢູ່ສະຫະລັດ ເຈົ້າໜ້າທີ່ຂັ້ນສູງຂອງຈີນ ມີຄວາມເປັນຫ່ວງ ກ່ຽວກັບ ຄວາມປອດໄພ ໃນດ້ານການຄ້າທາງທະເລ ແລະເອກກະສານປົກຂາວ ໃນດ້ານປ້ອງ ກັນປະເທດ ປີ 2015 ມອບໝາຍໃຫ້ກອງທັບປົດປ່ອຍ ປະຊາຊົນຈີນ ເປັນຜູ້ຄຸ້ມ ຄອງ ເສັ້ນທາງໆທະເລ.
ການທ່ອງທ່ຽວ: ການດຳເນີນຄວາມພະຍາຍາມ ຂອງລັດຖະບານ ໃນເຂດໄຮນັງ ເພື່ອໃຫ້ຄວາມອຸບປະຖຳຄ້ຳຊູ ເພື່ອໃຫ້ການທ່ອງທ່ຽວ ຢູ່ທີ່ໝູ່ເກາະປາຣາແຊລ ແລະໝູ່ເກາະສະແປຣັດລີ ພາໃຫ້ມີການປະທ້ວງ ຈາກປະເທດຕ່າງໆ ທີ່ອ້າງກຳມະ ສິດດ້ວຍກັນ.

 

ໂຄງລ່າງ ໃນຂົງເຂດ

ຈີນເລັ່ງລັດ ການຖົມດິນ ແລະ ການກໍ່ສ້າງ ພື້ນຖານໂຄງລ່າງ ຢູ່ຕາມເກາະຕ່າງໆ ໃນເຂດໝູ່ເກາະ ສະແປຣັດລີ ໃນປີ 2014. ຈີນເສັດສິ້ນ ການສ້າງເດີ່ນບິນ ທີ່ຍາວ 3,000 ແມັດ ທີ່ເກາະແຟຣີຄຣັອສ ພ້ອມກັບ ເດີ່ນບິນທີ່ປູດ້ວຍຊີມັງ ຢູ່ເກາະຊີບີ ແລະເກາະມິສຊີບ ຣີຟ. ຮູບພາບ ຈາກດາວທຽມ ຂອງສູນກາງຍຸດທະສາດ ແລະ ການສຶກສານາໆຊາດ ຫຼື CSIS [https://amti.csis.org/island-tracker/] ຂອງເກາະທັງສາມ ສະແດງໃຫ້ເຫັນ ຫວ່າງບໍ່ດົນມານີ້ ໃນການກໍ່ສ້າງ ໂຮງເກັບເຮືອ ບິນລົບອາຍພົ່ນ J-11, Su-30, ເຮືອບິນຖິ້ມລະເບີດ H-6, ເຮືອບິນຂົນສົ່ງ Y-20 ແລະ Il-76 ພ້ອມທັງເຮືອບິນສອດແນມ KJ-2000. ສະຖານທີ່ບັນຈຸເຣດ້າ ແລະລະບົບສື່ສານຄົມມະນາຄົມ ທີ່ຢູ່ໃກ້ຄຽງ ປະພາຄານ ແລະສະຖານທີ່ ທາງທະຫານ.

  • ເກາະແຟຣີຄຣັອສ ຣີຟ
  • ເກາະມິີສຊີບ ຣີຟ
  • ເກາະຊູບີ
  • ເກາະກວາເຕຣອນ
  • ເກາະຈອນສັນ
  • ເກາະແກເວິນຣີຟ
  • ເກາະຮິວຈ໌ຣີຟ
  • ເກາະວູດດີ້
  • ເກາະສະກາໂບຣັບ
  • ເກາະເຊີເກິນທໍມັສ

ຫົວຂໍ້ ເມື່ອໄວໆມານີ້

ການຖົມດິນ: ເກາະແຟຣີຄຣັອສ

ຈີນ ໄດ້ເລີ້ມລົງມື ຂະຫຍາຍ ການມີໜ້າຂອງຕົນ ຢູ່ໃນທະເລຈີນໃຕ້ ໂດຍການສ້າງເກາະທຽມ. ພາຍໃນໄລຍະບໍ່ຮອດນຶ່ງປີ, ຈີນໄດ້ຫັນປ່ຽນ ເກາະແຟຣີຄຣັອສຣີຟ ໃຫ້ກາຍເປັນຄ້າຍທະຫານ ທີ່ພຽບພ້ອມດ້ວຍເດີ່ນບິນ ທີ່ສາມາດນຳເອົາ ເຮືອບິນລົບອາຍພົ່ນ ແລະເຮືອບິນພານິດ ຂະໜາດໃຫຍ່ ລົງຈອດໄດ້.

 

ເດືອນສິງຫາ ປີ 2014 August

ເກາະທຽມນ້ອຍໆເຫຼົ່ານີ້​ ໄດ້ສ້າງຂຶ້ນ ໂດຍການຂຸດເອົາດິນຊາຍ ໃນບໍລິເວນ ອ້ອມແອ້ມ ຂຶ້ນມາຖົມ ຫີນປະກາລັງ.  

ເດືອນກັນຍາ ປີ 2014

ການກໍ່ສ້າງ ທີ່ເກາະແຟຣີຄຣັອສ ເວລານີ້ ແມ່ນຮວມທັງ ກຳແພງກັນເຈື່ອນ, ທ່າເຮືອນ້ຳເລິກ, ເດີ່ນບິນ, ເດີ່ນແລ່ນແລະລານ, ເດີ່ນຫຼິ້ນເທັນສິສ ແລະ ເດີ່ນຫຼິ້ນບານບ້ວງ, ໂຮງໝໍ, ສວນ, ທີ່ຕັ້ງເຣດ້າ ແລະ ຕຶກອາຄານ ທາງທະຫານອື່ນໆ.

ເດືອນພະຈິກ ປີ 2014

ເດີ່ນບິນແຟຣີຄຣັອສຣີຟ ແມ່ນມີຄວາມຍາວພໍ (3 ຫຼັກກິໂລແມັດ) ທີ່ສາມາດນຳເອົາ ເຮືອບິນທຸກໆຊະນິດລົງຈອດ ນັບແຕ່ເຮືອບິນລົບອາຍພົ່ນ ຕະຫລອດຈົນ ເຮືອບິນພານິດຕ່າງໆ.  

ເດືອນທັນວາ ປີ 2014

ນອກເໜືອໄປຈາກ ການເພີ້ມຄວາມເຄັ່ງຕຶງ ທາງພູມສາດການເມືອງແລ້ວ ຈີນຍັງຖືກຕ້ອງຕິ ໃນການສ້າງຜົນກະທົບ ທາງດ້ານສະພາບແວດລ້ອມ ຕໍ່ລະບົບນິເວດ ຂອງຫີນປະກາລັງ ທີ່ມີຄວາມບອບບາງຢູ່ແລ້ວ ໂດຍການທຳລາຍບ່ອນຢູ່ອາໄສ ສ້າງຄວາມເປື້ອນເປິ ແລະລົບກວນເສັ້ນທາງ ການເຄື່ອນໄຫວ.  

ເດືອນມີນາ ປີ 2015

ຈີນ ໄດ້ສ້າງພື້ນດິນໃໝ່ ຫລາຍກວ່າ 3,200 ເອເຄີ້.  

ເດືອນກັນຍາ ປີ 2015

ເມື່ອປຽບທຽບໃສ່ກັນແລ້ວ: ຫວຽດນາມ ໄດ້ຖົມດິນ ປະມານ 120 ເອເຄີ້; ມາເລເຊຍ 70 ເອເຄີ້; ຟີລິບປິນ 14 ເອເຄີ້ ແລະໄຕ້ຫວັນ 8 ເອເຄີ້.  

Sources: CSIS Asia Maritime Transparency Initiative/DigitalGlobe, U.S. Department of Defense, The New York Times

ລະດັບຂອງເຫດການ