ປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິ້ງ ເຫວິນ, ກາງ, ກວດເບິ່ງ ໄລຍະທາງ ເທິງກຳປັ່ນ ກອງທັບເຮືອໄຕ້ຫວັນ ກ່ອນອອກເດີນທາງ ໄປລາດຕະເວນ ຢູ່ ທະເລຈີນໃຕ້ ຈາກຖານທັບແຫ່ງນຶ່ງ ໃນພາກໃຕ້ຂອງໄຕ້ຫວັນ.
ດັ່ງດຽວກັນກັບຈີນ ໄຕ້ຫວັນກໍອ້າງເອົາອະທິປະໄຕ ເໜືອໝູ່ເກາະທັງໝົດ ໃນເຂດ ທະເລຈີນໃຕ້ ແລະອຳນາດສານ ໃນເຂດນ່ານນ້ຳ ທີ່ຢູ່ໃກ້ຄຽງ: ໝູ່ເກາະສະແປຣັດລີ (ໜານຊາ), ໝູ່ເກາະປາຣາແຊລ (ສີຊາ), ໝູ່ເກາະປຣາຕ້າ (ດອງຊາ), ເກາະແມັກແຄລັສຟິວແບັງ (ສອງຊາ). ເກາະໄຕ້ປິງ ຊຶ່ງຮູ້ກັນ ໃນຊື່ ອີຕູ ອາບາ ແລະຊື່ອື່ນໆອີກ ຊຶ່ງເປັນເກາະທີ່ໃຫຍ່ທີ່ສຸດ ໃນໝູ່ເກາະສະແປຣັດລີ. ປັດຈຸບັນນີ້ ແມ່ນປົກຄອງໂດຍໄຕ້ຫວັນ, ນອກນັ້ນ ຍັງອ້າງເອົາກຳມະສິດໂດຍຈີນ, ຟີລິບປິນ ແລະຫວຽດນາມ.
ເກາະອີຕູ ອາບາ (ໄຕ້ປິງ): ນັບແຕ່ປີ 1949 ເປັນຕົ້ນມາ
ເກາະປຣາຕາສ (ຕຸງຊາ): ນັບແຕ່ປີ 1947 ເປັນຕົ້ນມາ
ການປະມົງ: ນຶ່ງໃນບັນດາປະເທດ ທີ່ສົ່ງອອກ ອາຫານທະເລ ທີ່ໃຫຍ່ທີ່ສຸດໃນໂລກ ໄຕ້ຫວັນ ເປັນປະເທດ ທີ່ມີກອງເຮືອປະມົງ ຈັບປາທູນາ ໄລຍະໄກ ທີ່ໃຫຍ່ທີ່ສຸດ ໃນໂລກ ຊຶ່ງກະປະມານວ່າ ອາຫານທະເລ ສ້າງລາຍໄດ້ 1 ພັນ 600 ລ້ານໂດລາ ໃນປີ 2015.
ນ້ຳມັນ: ເຂດເສດຖະກິດພິເສດ12 ໄມ ອ້ອມເກາະ ອີຕູ ອາບາ ເປັນທີ່ເຊື່ອກັນວ່າ ມີນ້ຳມັນ ແລະແກັສທຳມະຊາດ ສຳຮອງ ໃນປະລິມານ ທີ່ສຳຄັນ.
ວັນທີ 20 ກໍລະກົດ ປີ 2016: ເຮືອປະມົງໄຕ້ຫວັນ ທີ່ປັກທຸງຊາດ ກຽມອອກເດີນທາງ ໄປເກາະໄຕ້ປິງ ທີ່ໄຕ້ຫວັນຄວບຄຸມ ຈາກເມືອງທ່າ ປິງຕຸງ ໃນພາກໄຕ້ຂອງໄຕ້ຫວັນ. ທີ່ໄຕ້ຫວັນ ຊຶ່ງເປັນນຶ່ງໃນ 6 ຝ່າຍ ທີ່ອ້າງກຳມະສິດ ເອົາເຂດນ້ຳແດນດິນ ໃນທະເລຈີນໃຕ້ ສະມາຊິກສະພາ 8 ຄົນ ຈາກພັກລັດຖະບານ ແລະພັກຝ່າຍຄ້ານ ໄດ້ເດີນທາງ ໂດຍເຮືອບິນທະຫານ ໃນມື້ວັນພຸດ ໄປຍັງເກາະໄຕ້ປິງ ຊຶ່ງເປັນພຽງເກາະດຽວເທົ່ານັ້ນ ທີ່ໄຕ້ຫວັນຄວບຄຸມ ຢູ່ໃນໝູ່ເກາະສະແປຣັດລີ. (ອົງການຂ່າວສູນກາງ ຜ່ານທາງອົງການຂ່າວເອພີ)