ທະຫານມາຣີນຟີລິບປິນຄົນນຶ່ງ ລ້ອຍນ້ຳ ທີ່ເກາະທໍມັສທີສອງ ຢູ່ທະເລຈີນໃຕ້ (ຮູບອົງການຂ່າວເອພີ/ບູລລິທ ມາຣ໌ເກສ)
ຍິນດີຕ້ອນຮັບສູ່ເຂດທະເລຈີນໃຕ້ ຊຶ່ງເປັນເຂດນ່ານນ້ຳຮ່ວມ ຂອງເອເຊຍ ຕາເວັນອອກສຽງໃຕ້. ໂດຍທີ່ຄວາມຮັ່ງມີ ແມ່ນທັງຢູ່ໃກ້ ແລະເລິກລົງໄປ ຈາກໜ້ານ້ຳ ໃນນ້ຳເອງນັ້ນ ກໍມີໝູ່ປາ ທີ່ອຸດົມ ສົມບູນ ຢູ່ລຸ່ມຫີນດານ ກໍຄາດວ່າຈະມີນ້ຳມັນ ແລະແກັສທຳມະຊາດ ສຳຮອງ ທີ່ທາງການສະຫະລັດ ກະປະມານວ່າ ມີຢູ່ຢ່າງໜ້ອຍ ເທົ່າກັບ ຂອງປະເທດເມັກຊິໂກ ແລະໂດຍການກະປະມານຂອງຈີນ ໃນບາງເຂດ ທີ່ມີການຂັດແຍ້ງກັນນັ້ນ ອາດມີຢູ່ເປັນອັນດັບສອງ ຮອງຈາກຊາອຸດີ ອາຣາເບຍ ທະເລດັ່ງກ່າວ ແມ່ນມີຄວາມສຳຄັນສຸດ ທາງດ້ານຍຸດທະສາດ ແລະເປັນເຂດນ່ານນ້ຳ ທີ່ມີການຂັດແຍ້ງ ຂອງສັດຕະວັດທີ 21.
ຢູ່ທາງທິດເໜືອ ແມ່ນຕິດກັບຝັ່ງທະເລຂອງຈີນ ຊຶ່ງໄດ້ອ້າງສິດທິ ໃນທະເລດັ່ງກ່າວ ຢ້ອນຄືນໄປ ເມື່ອຫລາຍສັດຕະວັດ. ທຸກມື້ນີ້ ປັກກິ່ງ ອ້າງເອົາອະທິປະໄຕ ເກືອບ 95 ເປີເຊັນ ຂອງທະເລດັ່ງກ່າວ ແລະ ກາງຕໍ່ທະເລນີ້ ເພື່ອສະໜອງ 80 ເປີເຊັນ ຂອງການນຳເຂົ້າ ນ້ຳມັນດິບ ທີ່ປະເທດຊາດຕ້ອງການ. ນອກນັ້ນຈີນ ຍັງໄດ້ອ້າງເອົາກຳມະສິດ ໃນໝູ່ເກາະໝູ່ດອນຕ່າງໆ ແລະໄດ້ຖົມດິນ ເປັນບໍລິເວນ 1,300 ເຮັກຕາ ສ່ວນໃຫຍ່ ເພື່ອສ້າງ ພື້ນຖານໂຄງລ່າງ ທາງທະຫານ ຮວມທັງທາງແລ່ນເຮືອບິນ ທີ່ຍາວພໍ ສຳລັບເຮືອບິນ ຖິ້ມລະເບີດ.
ນັບເປັນເວລາ ຫຼາຍສັດຕະວັດມາແລ້ວ ທະເລແຫ່ງນີ້ ຍັງເປັນແຫລ່ງ ທີ່ມີຄວາມສຳຄັນ ຕໍ່ການຢູ່ລອດ ທາງດ້ານເສດຖະກິດ ຂອງບັນດາປະເທດເພື່ອນບ້ານ ປະກອບດ້ວຍ ປະເທດ ຫວຽດນາມ ມາເລເຊຍ ບຣູນາຍ ແລະ ຟີລິບປິນ.
ສຳລັບບັນດາປະເທດ ທີ່ບໍ່ໄດ້ອ້າງເອົາກຳມະສິດ ກໍມີຜົນປະໂຫຍດ ເຊັ່ນດຽວກັນ. ບ່ອນຫາປາ ໃນ ທະເລນາຕູນາ ທີ່ຕິດກັບ ທະເລຈີນໃຕ້ ກໍເປັນແຫລ່ງ ແກັສທຳມະຊາດສຳຮອງ ທີ່ສຳຄັນ ສຳລັບ ອິນໂດເນເຊຍ ທີ່ຕັ້ງຢູ່ໃກ້ຄຽງ.
ໄກອອກໄປກວ່ານັ້ນ ເກົາຫຼີໃຕ້ ແລະຍີປຸ່ນ ກໍເຊັ່ນດຽວກັນ ບໍ່ໄດ້ອ້າງກຳມະສິດ ໃນທະເລຈີນໃຕ້ ແຕ່ກໍກາງຕໍ່ ການເດີນທາງ ຜ່ານທະເລດັ່ງກ່າວ ຢ່າງເສລີ ເພື່ອຕອບສະໜອງ ຄວາມຕ້ອງການ ໃນດ້ານພະລັງງານ ຫຼາຍກວ່າເຄິ່ງໜຶ່ງ ທີ່ປະເທດຕ້ອງການ.
ສະຫະລັດ ຊຶ່ງປົກປ້ອງ ຜົນປະໂຫຍດຂອງຕົນ ແລະຂອງພັນທະມິດຕົນນັ້ນ ໄດ້ຮັກສາກຳລັງ ທະຫານ ໄວ້ຢູ່ໃນຂົງເຂດ. ເຈົ້າໜ້າທີ່ ກອງທັບເຮືອສະຫະລັດ ມີແຜນການ ທິ່ຈະຂະຫຍາຍ ກອງກຳລັງຄຸ້ມຄອງ ໃນເຂດປາຊີຟິກ ປະມານ 30 ເປີເຊັນ ພາຍໃນປີ 2021.
ໃນຂະນະທີ່ເສດຖະກິດ ຂອງເອເຊຍເຕີບໂຕ ແບບບໍ່ໜ້າເຊື່ອ ໃນຮອບສອງທົດສະວັດ ຜ່ານມານີ້ ຍັງດຳເນີນຢູ່ຕໍ່ໄປ ສະຖຽນລະພາບ ຂອງຂົງເຂດ ແລະການເຂົ້າເຖິງທະເລ ຈຶ່ງຍັງເປັນເລື້ອງ ທີ່ສຳຄັນ ຂອງໂລກ.
ການປະທະກັນ ລະຫວ່າງເຮືອລາດຕະເວນ ຂອງກອງທັບເຮືອຈີນ ແລະເຮືອປະມົງ ຂອງບັນດາປະເທດເພື່ອນບ້ານ ແມ່ນເຕັມໄປດ້ວຍຄວາມສ່ຽງ ທີ່ຈະກໍ່ໃຫ້ເກີດ ບັນຫາຂັດແຍ້ງ ລະຫວ່າງປະເທດ ຊຶ່ງພາໃຫ້ມີຄຳຖາມ ກ່ຽວກັບຄວາມໝັ້ນໝາຍ ໃນດ້ານຄວາມໝັ້ນຄົງ ຂອງວໍຊິງຕັນ ໄດ້ກາຍເປັນເລື້ອງທີ່ສຳຄັນ.
ປະເທດຕາເວັນຕົກຫລາຍໆປະເທດ ຮຽກຮ້ອງໃຫ້ປັກກິ່ງ ປະຕິບັດຕາມ ສົນທິສັນຍາ ວ່າດ້ວຍ ກົດໝາຍທາງທະເລ ຫຼື UNCLOS ຂອງອົງການສະຫະປະຊາຊາດ ຊຶ່ງກຳນົດ ການຄວບຄຸມ ເຂດແດນທາງທະເລໍ ອີງຕາມແຄມຝັ່ງ. ແຕ່ຈີນ ແມ່ນຍັງມອງເບິ່ງວ່າ ກົດຄຸ້ມຄອງທາງທະເລ ທີ່ໄດ້ຮັບການສະໜັບສະໜຸນ ຈາກອົງການ ສະຫະປະຊາຊາດ ດັ່ງກ່າວ ແມ່ນບໍ່ສອດຄ່ອງ ກັບກົດໝາຍ ພາຍໃນປະເທດ ທີ່ຮ້າຍແຮງໄປກວ່ານັ້ນ ຈີນແມ່ນເຫັນກົດລະບຽບເຫລົ່ານີ້ ເປັນເຄື່ອງມື ໃນການຄອງຄວາມເປັນເຈົ້າໂລກ ທີ່ແນໃສ່ ເພື່ອບໍ່ໃຫ້ຈີນ ຂະຫຍາຍອິດທິພົນ ເປັນມະຫາອຳນາດ ຂອງໂລກ.
ກາຍປ້າຍທີ່ຂຽນວ່າ ໜານຊາ ເປັນດິນແດນ ຂອງ ພວກເຮົາ ສັກສິດ ແລະລ່ວງ ລະເມີດບໍ່ໄດ້ ທະຫານຈີນ ລາດຕະເວນ ຢູ່ທີ່ເກາະທຽມ ໃນໝູ່ເກາະສະແປຣັດລີ ຊຶ່ງເປັນທີ່ຮູ້ກັນໃນຊື່ ໜານຊາ ໃນພາສາຈີນກາງ, ວັນທີ 9 ກຸມພາ, ປີ 2016.
ສະຫະລັດ ຊຶ່ງໄດ້ລົງນາມ ໃນສົນທິສັນຍາ ວ່າດ້ວຍກົດໝາຍທາງທະເລ ຫລື UNCLOS ໂດຍບໍ່ໄດ້ ໃຫ້ສັດຕະຍາບັນນັ້ນ ມັກຈະກາງຕໍ່ຂໍ້ຕົກລົງນາໆຊາດ ເພື່ອແກ້ໄຂ ບັນຫາຂັດແຍ້ງ ກ່ຽວກັບ ເຂດນ້ຳແດນດິນ.
ໃນເດືອນກໍລະກົດ ຄະນະຜູ້ພິພາກສາ 5 ທ່ານ ທີ່ນະຄອນເຮກ ໄດ້ປະຕິເສດ ຢ່າງເປັນເອກກະສັນ ຕໍ່ພື້ນຖານທາງກົດໝາຍ ໃນການອ້າງກຳມະສິດ ທາງທະເລ ເກືອບທັງໝົດ ຂອງຈີນ. ພາຍໃນ ເວລາບໍ່ເທົ່າໃດອາທິດ ສານສູງສຸດ ປະຊາຊົນ ຂອງຈີນ ກໍໄດ້ອອກກົດລະບຽ ທີ່ກ່າວວ່າ “ເປັນພື້ນຖານ ທາງກົດໝາຍ ທີ່ຈະແຈ້ງ ເພື່ອຄຸ້ມຄອງ ລະບຽບທາງທະເລ” ໃນອັນທີ່ປັກກິ່ງ ປະກາດວ່າ ຈະລົງໂທດ ຊາວຕ່າງປະເທດໃດໆກໍຕາມ ທີ່ພົບເຫັນວ່າ ຫາປາ ຫລືຊອກຫາແຮ່ທາດ ຢູ່ໃນເຂດນ່ານນ້ຳ ທີ່ມີການຂັດແຍ້ງ.
ວິທີການອື່ນໆ ເພື່ອແກ້ໄຂ ບັນຫາຂັດແຍ້ງ ກ່ຽວກັບເຂດນ້ຳແດນ ທີ່ຊັບຊ້ອນ ແມ່ນປາກົດວ່າ ບໍ່ໄດ້ຮັບຜົນ. ກົດໃນການປະພຶດ ສຳລັບທະເລຈີນໃຕ້ ທີ່ໄດ້ມີການຊັກຊ້າ ມາເປັນເວລາດົນນານ ຂອງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊຽນ ທີ່ເຈົ້າໜ້າທີ່ຈີນ ກ່າວວ່າ ຕົນຈະທົບທວນຂັ້ນສຸດທ້າຍ ໃນປີ 2017 ນັ້ນ ຈະບໍ່ດຳເນີນການຫຍັງໄດ້ຫລາຍ ເພື່ອແກ້ໄຂ ການອ້າງເອົາອະທິປະໄຕ ທີ່ຂັດແຍ້ງກັນ. ຄ້າຍຄືກັນກັບການຕັດສິນຂອງສານ ທີ່ມີສຳນັກງານຢູ່ນະຄອນເຮກ ຄຳປະກາດທີ່ມີຜົນບັງຄັບ ທາງກົດໝາຍໃດໆກໍຕາມ ຂອງອາຊຽນ ແມ່ນຈະຂາດກົນໄກ ການບັງຄັບ ທີ່ມີຄວາມໝາຍ.
ສະຫະລັດໄດ້ກ່າວ ມາເປັນເວລາດົນນານແລ້ວວ່າ ຕົນບໍ່ໄດ້ເອົາທ່າທີ ຢ່າງເປັນທາງການໃດໆ ກ່ຽວກັບ ບັນຫາຂັດແຍ້ງ ໃນທະເລຈີນໃຕ້ ທັງໆທີ່ຕົນ ໄດ້ຕ້ອງຕິຕະຫລອດມາ ຕໍ່ການກະທຳ ຂອງຈີນ ຢູ່ໃນເຂດດັ່ງກ່າວ ແລະຂະຫຍາຍ ພັນທະມິດ ໃນດ້ານປ້ອງກັນປະເທດ ກັບປະເທດຕ່າງໆ ທີ່ອ້າງເອົາກຳມະສິດກວມກັນນັ້ນ.
ໃນຂະນະທີ່ ປະທານາທິບໍດີຄົນໃໝ່ ຂອງສະຫະລັດ ທ່ານດໍນອລ ທຣຳ ເຂົ້າຮັບຕຳແໜ່ງ ທ່ານອາດບໍ່ຈຳເປັນ ທີ່ຈະຕ້ອງໄດ້ຮັບມື ກັບວິກິດການ ທາງທະເລອີກອັນນຶ່ງ. ພຽງບໍ່ເທົ່າໃດເດືອນ ຫລັງຈາກເຂົ້າຮັບຕຳແໜ່ງແລ້ວ ອະດີດປະທານາທິບໍດີ ຈອຣ໌ຈ ດັບເບິລຢູ ບູຊ ກໍໄດ້ປະເຊີນ ກັບບັນຫາຂັດແຍ້ງ ລະຫວ່າງປະເທດ ທີ່ເກີດຂຶ້ນ ຍ້ອນການຕຳກັນຢູ່ເທີງອາກາດ ລະຫວ່າງ ເຮືອບິນສອດແນມຂອງສະຫະລັດ ແລະເຮືອບິນລົບຈີນ ໃກ້ກັບເຂດເກາະ ໄຮ ນັງ.
ບໍ່ຮອດເຈັດອາທິດ ຫລັງຈາກປະທານາທິບໍດີ ບາຣັກ ໂອບາມາ ເຂົ້າຮັບຕຳແໜ່ງ ກຳປັ່ນແລະ ເຮືອບິນຈີນ ກໍໄດ້ປະເຊີນໜ້າ ກັບກຳປ່ັນ USNS Impeccable ຊຶ່ງເປັນກຳປັ່ນສັງເກດການ ທີ່ແລ່ນຢູ່ໃນເຂດນ່ານນ້ຳ ໃຕ້ເກາະ ໄຮ ນັງ ແລະໄດ້ສັ່ງໃຫ້ກຳປັ່ນດັ່ງກ່າວນີ້ ອອກໄປ. ສະຫະລັດ ກ່າວວ່າ ຕົນມີສິດທີ່ກຳປັ່ນຕົນຈະແລ່ນຢູ່ທີ່ນັ້ນ ແລະວ່າ ກຳປັ່ນຂອງຕົນໄດ້ຖືກຮາວີລົບກວນ ແຕ່ປັກກິ່ງໄດ້ກ່າວປ້ອງກັນ ການກະທຳຂອງຕົນ. ທ່ານໂອບາມາ ໄດ້ຕອບໂຕ້ ໂດຍສົ່ງກຳປັ່ນພິຄາດ ຕິດລູກສອນໄຟນຳວິຖີ ໄປປົກປ້ອງກຳປັ່ນ USNS Impeccable.
ເຫດຮ້າຍໃນທຳນອງນີ້ ມີທ່າທາງວ່າ ຈະສືບຕໍ່ກຳນົດ ບັນຫາຂັດແຍ້ງ ໃນຂະນະທີ່ເຫດການ ເກີດຂຶ້ນ ຢູ່ໃນທ້ອງທະເລ ແລະນະຄອນຫຼວງ ຂອງປະເທດຕ່າງໆ ໃນທົ່ວໂລກ. ຈົນກວ່າວ່າ ຄຳຖາມໃນຂອບເຂດທີ່ ກວ້າງຂວາງ ກ່ຽວກັບອະທິປະໄຕ ທາງທະເລ ໄດ້ຮັບການແກ້ໄຂ ເຂດນ່ານນ້ຳແຫ່ງນີ້ ກໍຍັງຈະສືບຕໍ່ ເປັນຈຸດສູນກາງ ທີ່ພູມສາດການເມືອງ ຂອງການຄ້ານາໆຊາດ ແລະດ້ວຍເຫດນີ້ ເສດຖະກິດຂອງໂລກ ຈຶ່ງຫັນໄປ. ພວກເຮົາຍັງຈະຈັບຕາເບິ່ງ ຢ່າງລະມັດລະວັງ ກ່ຽວກັບເຫດການຕ່າງໆ ໃນຂະນະທີ່ມັນເກີດຂຶ້ນ ຢູ່ທີ່ນີ້.