X
ລະຫັດ ແຜນທີ່
  • ຈີນ
  • ຟີລິບປິນ
  • ໄຕ້ຫວັນ
  • ຫວຽດນາມ
  • ບຣູນາຍ
  • ມາເລເຊຍ

ນ່ານນ້ຳ ທີ່ມີການຂັດແຍ້ງ

ປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິ້ງ ເຫວິນ, ກາງ, ກວດເບິ່ງ ໄລຍະທາງ ເທິງກຳປັ່ນ ກອງທັບເຮືອໄຕ້ຫວັນ ກ່ອນອອກເດີນທາງ ໄປລາດຕະເວນ ຢູ່ ທະເລຈີນໃຕ້ ຈາກຖານທັບແຫ່ງນຶ່ງ ໃນພາກໃຕ້ຂອງໄຕ້ຫວັນ.  

ໄຕ້ຫວັນ (ສາທາະລະນະລັດຈີນ)

ດັ່ງດຽວກັນກັບຈີນ ໄຕ້ຫວັນກໍອ້າງເອົາອະທິປະໄຕ ເໜືອໝູ່ເກາະທັງໝົດ ໃນເຂດ ທະເລຈີນໃຕ້ ແລະອຳນາດສານ ໃນເຂດນ່ານນ້ຳ ທີ່ຢູ່ໃກ້ຄຽງ: ໝູ່ເກາະສະແປຣັດລີ (ໜານຊາ), ໝູ່ເກາະປາຣາແຊລ (ສີຊາ), ໝູ່ເກາະປຣາຕ້າ (ດອງຊາ), ເກາະແມັກແຄລັສຟິວແບັງ (ສອງຊາ). ເກາະໄຕ້ປິງ ຊຶ່ງຮູ້ກັນ ໃນຊື່ ອີຕູ ອາບາ ແລະຊື່ອື່ນໆອີກ ຊຶ່ງເປັນເກາະທີ່ໃຫຍ່ທີ່ສຸດ ໃນໝູ່ເກາະສະແປຣັດລີ. ປັດຈຸບັນນີ້ ແມ່ນປົກຄອງໂດຍໄຕ້ຫວັນ, ນອກນັ້ນ ຍັງອ້າງເອົາກຳມະສິດໂດຍຈີນ, ຟີລິບປິນ ແລະຫວຽດນາມ.

 

ການຄວບຄຸມ ຂອງ ໄຕ້ຫວັນ

ເກາະອີຕູ ອາບາ (ໄຕ້ປິງ): ນັບແຕ່ປີ 1949 ເປັນຕົ້ນມາ
ເກາະປຣາຕາສ (ຕຸງຊາ): ນັບແຕ່ປີ 1947​ ເປັນຕົ້ນມາ

 

Map of Taiwan and the South China Sea

ຜົນປະໂຫຍດ ທີ່ສຳຄັນ ທາງເສດຖະກິດ

ການປະມົງ: ນຶ່ງໃນບັນດາປະເທດ ທີ່ສົ່ງອອກ ອາຫານທະເລ ທີ່ໃຫຍ່ທີ່ສຸດໃນໂລກ ໄຕ້ຫວັນ ເປັນປະເທດ ທີ່ມີກອງເຮືອປະມົງ ຈັບປາທູນາ ໄລຍະໄກ ທີ່ໃຫຍ່ທີ່ສຸດ ໃນໂລກ ຊຶ່ງກະປະມານວ່າ ອາຫານທະເລ ສ້າງລາຍໄດ້ 1 ພັນ 600 ລ້ານໂດລາ ໃນປີ 2015.
ນ້ຳມັນ: ເຂດເສດຖະກິດພິເສດ12 ໄມ ອ້ອມເກາະ ອີຕູ ອາບາ​ ເປັນທີ່ເຊື່ອກັນວ່າ ມີນ້ຳມັນ ແລະແກັສທຳມະຊາດ ສຳຮອງ ໃນປະລິມານ ທີ່ສຳຄັນ.

 

ໂຄງລ່າງ ໃນຂົງເຂດ

  • ເກາະອີຕູອາບາ ມີທາງແລ່ນເຮືອບິນນ້ອຍໆແຫ່ງນຶ່ງ ມີສູນກາງ ຕ້ອນຮັບນັກທ່ອງທ່ຽວ ມີກອງບັນຊາການ ມີຫໍຄວບຄຸມເຣດ້າ ແລະຕຶກອາຄານ ນ້ອຍຫລາຍຫລັງ.

ຫົວຂໍ້ ເມື່ອໄວໆມານີ້

ວັນທີ 20 ກໍລະກົດ ປີ 2016: ເຮືອປະມົງໄຕ້ຫວັນ ທີ່ປັກທຸງຊາດ ກຽມອອກເດີນທາງ ໄປເກາະໄຕ້ປິງ ທີ່ໄຕ້ຫວັນຄວບຄຸມ ຈາກເມືອງທ່າ ປິງຕຸງ ໃນພາກໄຕ້ຂອງໄຕ້ຫວັນ. ທີ່ໄຕ້ຫວັນ ຊຶ່ງເປັນນຶ່ງໃນ​ 6 ຝ່າຍ ທີ່ອ້າງກຳມະສິດ ເອົາເຂດນ້ຳແດນດິນ ໃນທະເລຈີນໃຕ້ ສະມາຊິກສະພາ 8 ຄົນ ຈາກພັກລັດຖະບານ ແລະພັກຝ່າຍຄ້ານ ໄດ້ເດີນທາງ ໂດຍເຮືອບິນທະຫານ ໃນມື້ວັນພຸດ ໄປຍັງເກາະໄຕ້ປິງ ຊຶ່ງເປັນພຽງເກາະດຽວເທົ່ານັ້ນ ທີ່ໄຕ້ຫວັນຄວບຄຸມ ຢູ່ໃນໝູ່ເກາະສະແປຣັດລີ. (ອົງການຂ່າວສູນກາງ ຜ່ານທາງອົງການຂ່າວເອພີ)

 

ລະດັບຂອງເຫດການ